Back to Hiring Guide
Employer Zone

ເຈາະເລິກເຫດຜົນທີ່ແທ້ຈິງ ເປັນຫຍັງພະນັກງານຍຸກໃໝ່ຈຶ່ງຕັດສິນໃຈ "ລາອອກຈາກວຽກ"?

ປັດຈຸບັນ, ອັດຕາການລາອອກຂອງພະນັກງານ (Turnover Rate) ແມ່ນໜຶ່ງໃນບັນຫາທ້າທາຍທີ່ສຸດ ທີ່ຫຼາຍອົງກອນກຳລັງປະເຊີນ. ຈາກການລວບລວມຂໍ້ມູນ ແລະ ຄວາມຄິດເຫັນຂອງກຸ່ມຄົນໄວເຮັດວຽກ…

6 Oct 2026·3 min read·By the 108.jobs team

ປັດຈຸບັນ, ອັດຕາການລາອອກຂອງພະນັກງານ (Turnover Rate) ແມ່ນໜຶ່ງໃນບັນຫາທ້າທາຍທີ່ສຸດ ທີ່ຫຼາຍອົງກອນກຳລັງປະເຊີນ. ຈາກການລວບລວມຂໍ້ມູນ ແລະ ຄວາມຄິດເຫັນຂອງກຸ່ມຄົນໄວເຮັດວຽກ ຈຳນວນ 200 ຄົນ ເຊິ່ງມີອາຍຸສະເລ່ຍປະມານ 28 ປີ (ກຸ່ມ Gen Y ແລະ Gen Z), ພວກເຮົາພົບຕົວເລກ ທີ່ໜ້າສົນໃຈວ່າ ມີເຖິງ 173 ຄົນທີ່ "ກຳລັງຊອກຫາວຽກໃໝ່". ຄຳຖາມທີ່ສຳຄັນຄື: ແມ່ນຫຍັງຄືແຮງຍູ້ດັນທີ່ເຮັດໃຫ້ພວກເຂົາພ້ອມທີ່ຈະຫັນຫຼັງໃຫ້ກັບບ່ອນເຮັດວຽກເກົ່າ?

ຂໍ້ມູນຈາກແບບສຳຫຼວດດັ່ງກ່າວ ໄດ້ຊີ້ໃຫ້ເຫັນເຖິງ 3 ປັດໄຈຫຼັກທີ່ອົງກອນ ແລະ ຝ່າຍບໍລິຫານຊັບພະຍາ ກອນບຸກຄົນ (HR) ຄວນນຳມາທົບທວນດັ່ງນີ້:

1. ສັງຄົມການເຮັດວຽກເປັນພິດ (Toxic Workplace) ໄພງຽບທີ່ທຳລາຍອົງກອນ

ຫຼາຍຄົນອາດຈະຄິດວ່າ "ເງິນ" ຄືປັດໄຈດຽວທີ່ສຳຄັນທີ່ສຸດ, ແຕ່ຄວາມຈິງແລ້ວ ຂໍ້ມູນຊີ້ໃຫ້ເຫັນວ່າ "ສະພາບ ແວດລ້ອມ ແລະ ເພື່ອນຮ່ວມງານ" ກັບກາຍເປັນເຫດຜົນອັນດັບທີ 1ທີ່ເຮັດໃຫ້ຄົນຢາກປ່ຽນ ວຽກຫຼາຍ ທີ່ສຸດ, ບວກກັບບັນຫາການເຮັດວຽກກັບຫົວໜ້າທີ່ບໍ່ເຂົ້າໃຈລູກນ້ອງ. ມັນສະທ້ອນໃຫ້ເຫັນວ່າ ຕໍ່ໃຫ້ວຽກຈະ ດີ ຫຼື ໝັ້ນຄົງປານໃດ, ແຕ່ຖ້າຕ້ອງເຮັດວຽກໃນສັງຄົມທີ່ບັ່ນທອນຈິດໃຈ ພະນັກງານກໍພ້ອມ ທີ່ຈະເລືອກ ຄວາມສະບາຍໃຈ ແລະ ຍ່າງໜີອອກຈາກອົງກອນ.

2. ເງິນເດືອນບໍ່ສົມດຸນກັບພາລະວຽກທີ່ແບກຮັບ

ຫຼາຍກວ່າເຄິ່ງໜຶ່ງຂອງຜູ້ຕອບແບບສອບຖາມ (110 ຄົນ) ຮູ້ສຶກວ່າເງິນເດືອນທີ່ໄດ້ຮັບໃນປັດຈຸບັນແມ່ນ "ໜ້ອຍໂພດ" ເມື່ອທຽບກັບໜ້າວຽກທີ່ຕ້ອງຮັບຜິດຊອບ ສິ່ງນີ້ສອດຄ່ອງກັບເຫດຜົນການລາອອກ ໃນອັນດັບຮອງລົງມາຄື: ບັນຫາເງິນເດືອນໜ້ອຍ ແລະ ພາລະວຽກທີ່ຫຼາຍເກີນໄປ. ນອກຈາກນີ້, ຍັງມີສຽງສະທ້ອນທີ່ໜ້າສົນໃຈວ່າ ການທີ່ອົງກອນມັກຈະເພີ່ມໜ້າທີ່ຄວາມຮັບຜິດຊອບໃໝ່ໆໃຫ້ ແຕ່ຖານເງິນເດືອນຍັງຄົງຄືເກົ່າ ເປັນປັດໃຈທີ່ເຮັດໃຫ້ພະນັກງານໝົດກຳລັງ ໃຈໃນການເຮັດວຽກ.

3. ການຂາດໂອກາດເຕີບໂຕ ແລະ ການຈັດການຊີວິດທີ່ຫຍຸ້ງຍາກ

ເມື່ອມີ "ບ່ອນເຮັດວຽກໃໝ່ທີ່ມີຂໍ້ສະເໜີທີ່ດີກວ່າ" ພະນັກງານເຖິງ 46 ຄົນກໍພ້ອມທີ່ຈະຍ້າຍທັນທີ. ຍິ່ງໄປກວ່ານັ້ນ, ບັນຫາການເດີນທາງກໍເປັນອີກໜຶ່ງອຸປະສັກໃຫຍ່ ໂດຍມີເຖິງ 41 ຄົນທີ່ລະບຸວ່າ ສະຖານທີ່ເຮັດວຽກທີ່ຢູ່ໄກເຮືອນຫຼາຍເກີນໄປ ເຮັດໃຫ້ພວກເຂົາສູນເສຍເວລາ ແລະ ພະລັງງານຊີວິດ. ຜູ້ຕອບແບບສອບຖາມບາງສ່ວນຍັງໄດ້ໃຫ້ຄວາມເຫັນເພີ່ມເຕີມວ່າ ພວກເຂົາກຳລັງຊອກຫາໂອກາດ ທີ່ຊ່ວຍໃຫ້ຕົນເອງສາມາດພັດທະນາ ແລະ ເຕີບໂຕໃນສາຍອາຊີບໄດ້ຫຼາຍກວ່າທີ່ເປັນຢູ່.

ບົດສະຫຼຸບ

ຈາກຂໍ້ມູນເຫຼົ່ານີ້, ມັນເປັນສັນຍານເຕືອນທີ່ຊັດເຈນວ່າ ການຮັກສາຄົນເກັ່ງໄວ້ໃນອົງກອນ (Talent Retention) ໃນຍຸກນີ້ ບໍ່ສາມາດເພິ່ງພາພຽງແຕ່ການຈ່າຍເງິນເດືອນພຽງຢ່າງດຽວອີກຕໍ່ໄປ. ອົງກອນທີ່ຢາກເຕີບໂຕຢ່າງຍືນຍົງ ຕ້ອງຫັນມາໃສ່ໃຈການສ້າງ "ວັດທະນະທຳອົງກອນທີ່ດີ", ສ້າງສະພາບແວດລ້ອມທີ່ປອດໄພ, ມີການແບ່ງປັນພາລະວຽກທີ່ເໝາະສົມກັບຜົນຕອບແທນ ແລະ ໃຫ້ຄວາມສຳຄັນກັບຄຸນນະພາບຊີວິດ (Work-Life Balance) ຂອງພະນັກງານ. ເພາະໃນທ້າຍທີ່ສຸດແລ້ວ, "ຄວາມສຸກໃນການເຮັດວຽກ" ຄືກຸນແຈສຳຄັນທີ່ສຸດທີ່ຈະມັດໃຈພະນັກງານໃຫ້ຢູ່ກັບອົງກອນໄປໄດ້ດົນ.