Back to Hiring Guide
Employer Zone

ທັກສະ, ຄ່າຕອບແທນ ແລະ ຄວາມຄາດຫວັງຂອງຄົນເຮັດວຽກໃນຍຸກປັດຈຸບັນ ແມ່ນຫຍັງ?

ທ່ານຄິດວ່າຄົນເຮັດວຽກໃນຍຸກນີ້ຕ້ອງການຫຍັງຫຼາຍທີ່ສຸດ? ເງິນເດືອນທີ່ເພີ່ມຂຶ້ນ? ຄວາມຍືດຍຸ່ນໃນການເຮັດວຽກ? ຫຼື ທັກສະໃໝ່ໆ ເພື່ອເອົາໂຕລອດໃນຍຸກ AI ແລະ ເສດຖະກິດຜັນຜວນ?…

20 Oct 2026·5 min read·By the 108.jobs team

ທ່ານຄິດວ່າຄົນເຮັດວຽກໃນຍຸກນີ້ຕ້ອງການຫຍັງຫຼາຍທີ່ສຸດ?

  • ເງິນເດືອນທີ່ເພີ່ມຂຶ້ນ?

  • ຄວາມຍືດຍຸ່ນໃນການເຮັດວຽກ?

  • ຫຼື ທັກສະໃໝ່ໆ ເພື່ອເອົາໂຕລອດໃນຍຸກ AI ແລະ ເສດຖະກິດຜັນຜວນ?

ໃນຍຸກທີ່ຄ່າຄອງຊີບຖີບຕົວສູງຂຶ້ນ ແລະ ເຕັກໂນໂລຊີປ່ຽນແປງຢ່າງວ່ອງໄວ, ຄວາມຕ້ອງການຂອງຄົນເຮັດວຽກກໍປ່ຽນໄປຢ່າງເຫັນໄດ້ຊັດເຈນຈາກ ຜົນສຳຫຼວດລ່າສຸດຈາກແພລດຟອມ 108.Jobs ກ່ຽວກັບ ກ່ຽວກັບ "ທັກສະ, ຄ່າຕອບແທນ ແລະ ຄວາມຄາດຫວັງຂອງຄົນເຮັດວຽກ" ຈາກກຸ່ມຕົວຢ່າງຜູ້ຕອບແບບສອບຖາມ 126 ຄົນ (ເຊິ່ງສ່ວນໃຫຍ່ເປັນໄວໜຸ່ມ-ຄົນເຮັດວຽກຮຸ່ນໃໝ່ ທີ່ມີອາຍຸສະເລ່ຍ26 ປີ) ໄດ້ສະທ້ອນໃຫ້ເຫັນ 4 ເທຣນໃຫຍ່ໃນຕະຫຼາດແຮງງານທີ່ທັງ "ຄົນເຮັດວຽກ" ແລະ "ອົງກອນ" ຕ້ອງຮຽນຮູ້ ແລະ ປັບຕົວ:


1. ແນວໂນ້ມການພັດທະນາທັກສະ ພາສາຕ່າງປະເທດຍັງຄົງເປັນທີ່ຕ້ອງການສູງສຸດ 

ຈາກຂໍ້ມູນພົບວ່າ, ທັກສະທີ່ຄົນເຮັດວຽກຕ້ອງການພັດທະນາຫຼາຍທີ່ສຸດເຖິງ 48.41% ແມ່ນ ທັກສະດ້ານພາສາຕ່າງປະເທດ, ຮອງລົງມາແມ່ນທັກສະດ້ານເຕັກໂນໂລຊີ ແລະ ການເປັນຜູ້ນຳ (ຢ່າງລະ 11.90%).

ເນື່ອງຈາກສະພາບເສດຖະກິດທີ່ຮຽກຮ້ອງໃຫ້ອົງກອນຕ້ອງພົວພັນກັບຕ່າງປະເທດຫຼາຍຂຶ້ນ, ປະກອບກັບການເຂົ້າເຖິງແຫຼ່ງຂໍ້ມູນທົ່ວໂລກໃນຍຸກດິຈິຕອນ, ພາສາຈຶ່ງເປັນກະແຈສຳຄັນໃນການເຂົ້າເຖິງແຫຼ່ງວຽກ.

ຜູ້ທີ່ມີທັກສະດ້ານພາສາຈະມີໂອກາດເຂົ້າເຖິງໜ້າວຽກທີ່ມີລາຍຮັບສູງກວ່າ, ໂດຍສະເພາະວຽກທີ່ຈ່າຍເປັນເງິນຕາຕ່າງປະເທດ. ສິ່ງນີ້ເຮັດໃຫ້ເກີດຄວາມຕື່ນຕົວໃນຕະຫຼາດແຮງງານທີ່ຈະຍົກລະດັບຕົນເອງເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ.

2. ບັນຫາ ແລະ ຄວາມໜ້າເບື່ອໃນການຊອກວຽກ

ສິ່ງທີ່ສ້າງຄວາມກັງວົນໃຈໃຫ້ແກ່ຜູ້ສະໝັກວຽກຫຼາຍທີ່ສຸດແມ່ນ ການທີ່ບໍລິສັດບໍ່ແຈ້ງຜົນການສະໝັກວ່າຜ່ານ ຫຼື ບໍ່ຜ່ານ (42.06%) ແລະ ການປະກາດຮັບສະໝັກວຽກທີ່ບໍ່ລະບຸຖານເງິນເດືອນ (23.81%). ແນວໃດກໍຕາມ, ສຳລັບປະກາດທີ່ລະບຸວ່າ "ເງິນເດືອນຕົກລົງກັນໄດ້", ຜູ້ສະໝັກສ່ວນໃຫຍ່ (34.40%) ຍັງພ້ອມທີ່ຈະລອງຍື່ນສະໝັກຖ້າລັກສະນະວຽກ ແລະ ບໍລິສັດນັ້ນໜ້າສົນໃຈ.

ບໍລິສັດຫຼາຍແຫ່ງອາດຍັງຂາດລະບົບການຄຸ້ມຄອງຊັບພະຍາກອນບຸກຄົນ (HR) ທີ່ມີປະສິດທິພາບໃນການແຈ້ງຕອບກັບ ຫຼື ຕ້ອງການຮັກສາຄວາມລັບດ້ານໂຄງສ້າງເງິນເດືອນເພື່ອສະດວກໃນການຕໍ່ລອງ.

ການຂາດການສື່ສານທີ່ດີເຮັດໃຫ້ຜູ້ສະໝັກຮູ້ສຶກບໍ່ຖືກໃຫ້ກຽດ ແລະ ສູນເສຍເວລາ. ນອກຈາກນີ້, ຍັງເຮັດໃຫ້ພາບລັກຂອງບໍລິສັດເບິ່ງບໍ່ເປັນມືອາຊີບ ເຊິ່ງອາດສົ່ງຜົນໃຫ້ອົງກອນພາດໂອກາດທີ່ຈະໄດ້ບຸກຄະລາກອນທີ່ມີຄຸນນະພາບໄປ.

3. ຄ່າຕອບແທນ ແລະ ເຫດຜົນການຍ້າຍວຽກ

ໃນສະພາບເສດຖະກິດປັດຈຸບັນ, ປັດໄຈຫຼັກທີ່ເຮັດໃຫ້ຄົນຕັດສິນໃຈລາອອກຈາກວຽກແມ່ນ ເງິນເດືອນ ແລະ ຜົນຕອບແທນບໍ່ພຽງພໍກັບຄ່າຄອງຊີບ (39.20%), ຕາມມາດ້ວຍການບໍ່ເຫັນໂອກາດເຕີບໂຕໃນສາຍອາຊີບ (30.40%). ດັ່ງນັ້ນ, ຜູ້ອອກແຮງງານຈຶ່ງຄາດຫວັງການເພີ່ມຂຶ້ນຂອງເງິນເດືອນເມື່ອຍ້າຍໄປບໍລິສັດໃໝ່ຢູ່ທີ່ປະມານ 21% - 35% (32.80%), ສຳລັບຮູບແບບການຈ່າຍເງິນເດືອນ, ຫຼາຍຄົນຕ້ອງການ ເງິນກີບທີ່ບວກກັບສະຫວັດດີການຊ່ວຍຄ່າຄອງຊີບ (42.86%) ຫຼື ເງິນຕາຕ່າງປະເທດ (37.30%).

ເຫດຜົນມາຈາກອັດຕາເງິນເຟີ້ ແລະ ຄ່າຄອງຊີບທີ່ຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ລາຍຮັບເດີມບໍ່ສາມາດຄ້ຳຊູຊີວິດການເປັນຢູ່ໄດ້. ເຮັດໃຫ້ເກີດປະກົດການຍ້າຍໜ້າວຽກເລື້ອຍໆ (High Turnover Rate) ເພື່ອອັບເກຣດຖານເງິນເດືອນ. ບໍລິສັດທີ່ບໍ່ມີນະໂຍບາຍຊ່ວຍເຫຼືອຄ່າຄອງຊີບ, ບໍ່ມີສະຫວັດດີການເສີມ ຫຼື ບໍ່ປັບເງິນເດືອນຕາມສະພາບຕົວຈິງ ຈະປະເຊີນກັບບັນຫາ ແລະ ຍາກທີ່ຈະຮັກສາພະນັກງານເກັ່ງໆໄວ້ໄດ້.

4. ຮູບແບບການເຮັດວຽກ, ເຕັກໂນໂລຊີ AI ແລະ ບຸລິມະສິດໃນຊີວິດ

ຄວາມຍືດຍຸ່ນໃນການເຮັດວຽກ: ຜູ້ຕອບແບບສອບຖາມເຖິງ 44% ມັກການເຮັດວຽກແບບປະສົມປະສານ (Hybrid: ເຂົ້າຫ້ອງການ 2-3 ມື້/ອາທິດ) ແລະ 32.80% ຕ້ອງການເຮັດວຽກຢູ່ຫ້ອງການແຕ່ມີເວລາເຂົ້າ-ອອກວຽກທີ່ຍືດຍຸ່ນ. ຫຼັງຈາກຊ່ວງໂຄວິດ, ຜູ້ຄົນເຫັນຄວາມສຳຄັນຂອງ Work-Life Balance ການໃຫ້ຄວາມຍືດຍຸ່ນຈຶ່ງກາຍເປັນ "ສະຫວັດດີການ" ທີ່ສຳຄັນບໍ່ແພ້ເງິນເດືອນ ເຊິ່ງຊ່ວຍຫຼຸດຜ່ອນຄວາມຕຶງຄຽດໃຫ້ພະນັກງານໄດ້.

ການປັບຕົວເຂົ້າກັບເຕັກໂນໂລຊີ AI: 55.20% ເຫັນວ່າເຄື່ອງມືອັດຕະໂນມັດເຊັ່ນ ChatGPT ມີຄວາມສຳຄັນຫຼາຍ ແລະ ກຳລັງຮຽນຮູ້ນຳໃຊ້ດ້ວຍຕົນເອງ. ຜູ້ອອກແຮງງານຮັບຮູ້ເຖິງໄພຄຸກຄາມ ແລະ ໂອກາດຈາກເຕັກໂນໂລຊີ ຈຶ່ງເລັ່ງພັດທະນາຕົນເອງເພື່ອບໍ່ໃຫ້ຖືກທົດແທນ ເຊິ່ງຈະສົ່ງຜົນໃຫ້ຕະຫຼາດແຮງງານໂດຍລວມມີມາດຕະຖານ ແລະ ປະສິດທິພາບການເຮັດວຽກທີ່ສູງຂຶ້ນ.

ບຸລິມະສິດລະຫວ່າງ ຄວາມໝັ້ນຄົງ ກັບ ລາຍຮັບ: ໜ້າສົນໃຈທີ່ 39.20% ຍອມເລືອກວຽກທີ່ທ້າທາຍ ແລະ ກົດດັນສູງ ແລກກັບລາຍຮັບທີ່ສູງຫຼາຍ, ຂະນະທີ່ 36.00% ຍັງເລືອກຄວາມໝັ້ນຄົງໃນບໍລິສັດໃຫຍ່. ໃນຍຸກເສດຖະກິດຝືດເຄືອງ, "ເງິນ" ໄດ້ກາຍເປັນແຮງຈູງໃຈອັນດັບໜຶ່ງເພື່ອຄວາມຢູ່ລອດ ຜູ້ຄົນຍອມປະເຊີນໜ້າກັບຄວາມກົດດັນ ດີກວ່າການເຮັດວຽກທີ່ສະບາຍແຕ່ລາຍຮັບບໍ່ພຽງພໍຕໍ່ການດຳລົງຊີວິດ.

ຈາກຂໍ້ມູນທັງໝົດ ສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ ຕະຫຼາດແຮງງານໃນປັດຈຸບັນກຳລັງຖືກຂັບເຄື່ອນດ້ວຍ "ຄວາມກົດດັນທາງດ້ານຄ່າຄອງຊີບ" ແລະ "ຄວາມຕ້ອງການຄວາມຍືດຍຸ່ນໃນການໃຊ້ຊີວິດ". ຜູ້ອອກແຮງງານກຳລັງຕື່ນຕົວຢ່າງໜັກໃນການພັດທະນາທັກສະໃໝ່ໆ ໂດຍສະເພາະພາສາຕ່າງປະເທດ ແລະ AI ເພື່ອເພີ່ມມູນຄ່າໃຫ້ແກ່ຕົນເອງ. ໃນຂະນະດຽວກັນ, ພາກສ່ວນອົງກອນ ຫຼື ນາຍຈ້າງກໍຈຳເປັນຕ້ອງໄດ້ປັບຕົວເຊັ່ນກັນ ໂດຍການເພີ່ມຄວາມໂປ່ງໃສໃນຂັ້ນຕອນການຮັບສະໝັກ, ສະໜອງຄ່າຕອບແທນທີ່ສອດຄ່ອງກັບຄ່າຄອງຊີບຕົວຈິງເຊັ່ນ: ການເພີ່ມສະຫວັດດີການ ແລະ ປັບຮູບແບບການເຮັດວຽກໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນ ຈຶ່ງຈະສາມາດດຶງດູດ ແລະ ຮັກສາບຸກຄະລາກອນທີ່ມີຄຸນນະພາບໄວ້ໄດ້ໃນຍຸກທີ່ທ້າທາຍນີ້.